ປະທານປະເທດຢ້ຽມຢາມ ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ແຂວງອັດຕະປື - ອິດສະຫຼະ

ປະທານປະເທດຢ້ຽມຢາມ ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ແຂວງອັດຕະປື



ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານ 18 ສິງຫາ 2018 ວ່າ: ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ໂອກາດດັ່ງກ່າວ, ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບ ການແກ້ໄຂ ແລະ ຊ່ວຍເຫຼືອປະຊະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກວ່າ: ເມືອງສະໜາມໄຊ ເປັນເມືອງໜຶ່ງທີ່ທຸກຍາກ ຫ່າງຈາກເທດສະບານແຂວງ 35 ກິໂລແມັດ, ມີ 40 ບ້ານ, 6,771 ຄອບຄົວ, ມີພົນລະເມືອງ 36 ພັນກວ່າຄົນ ໃນນີ້ ມີບ້ານ ທີ່ ໄດ້ຮັບຜົນກະທົບຈາກເຂື່ອນແຕກ 13 ບ້ານ, ມີ 2,717 ຄອບຄົວ, ມີພົນລະເມືອງ 13,067 ຄົນ, ໃນນີ້ໄດ້ຮັບຜົນກະທົບ 100% ມີ 6 ບ້ານ ຄື: ບ້ານຫິນລາດ, ບ້ານສະໝອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ, ໃນ 6 ບ້ານດັ່ງກ່າວ ມີຈໍານວນ 1,611 ຄອບຄົວ, ມີ 7,095 ຄົນ ແລະ ໄດ້ຍົກຍ້າຍມາຢູ່ເຂດທີ່ປອດໄພຢູ່ 6 ຈຸດ ຄື: ຈຸດເທດສະບານເມືອງສະໜາມໄຊ, ຈຸດບ້ານຕະມໍຢອດ, ຈຸດບ້ານດອນບົກ, ຈຸດບ້ານປິນດົງ, ຈຸດພັກໂຮງຮຽນ ມສ ຈັນທາ ແລະ ບ້ານຄອນທູດ. ສໍາລັບຈໍານວນຜູ້ສູນຫາຍມີທັງໝົດ 131 ຄົນ ມາຮອດປັດຈຸບັນສາມາດເກັບກູ້ຊາກສົບໄດ້ໃນສະໜາມ ຈໍານວນ 34 ສົບ, ຍິງ 18 ສົບ ໃນນີ້ ມີເດັກອາຍຸ 10 ປີລົງມາ ຈໍານວນ 13 ສົບ, ຍິງ 6 ສົບ ແລະ ເສຍຊີວິດຕື່ມອີກ 5 ສົບຢູ່ທີ່ໂຮງໝໍ ເຊິ່ງລວມຜູ້ເສຍຊີວິດທັງໝົດ ຈໍານວນ 39 ຄົນ, ຍິງ 18 ຄົນ ແລະ ຜູ້ທີ່ຍັງສູນຫາຍມີ 97 ຄົນ.

ຕໍ່ເຫດການທີ່ເກີດຂຶ້ນດັ່ງກ່າວ, ທາງອໍານາດການປົກຄອງແຂວງອັດຕະປື ໄດ້ສຸມທຸກກໍາລັງ ຈາກພາກສ່ວນ ໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຢ່າງຮີບດ່ວນ ໂດຍສົມທົບກັບກຳລັງປ້ອງກັນຊາດ, ປ້ອງກັນຊາດຄວາມສະຫງົບ, ແພດໝໍ, ສື່ມວນຊົນ, ອາສາສະໝັກ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍເຫຼືອຈົນສຸດຄວາມສາມາດໃນການຊ່ວຍເຫຼືອບັນເທົ່າທຸກ ແລະ ຊອກຄົ້ນຫາຜູ້ປະສົບໄພທີ່ ສູນຫາຍຈາກໄພພິບັດດັ່ງກ່າວ.

ພ້ອມດຽວກັນນັ້ນ, ໄດ້ມີການຮັບບໍລິຈາກລະດົມທຶນຮອນ, ວັດຖຸອຸປະກອນ,ເຄື່ອງອຸໂພກບໍລິໂພກຈາກພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ແລະ ການຊ່ວຍເຫຼືອໃນດ້ານຕ່າງຈາກຕ່າງປະເທດ ມາຮອດປັດຈຸບັນໄດ້ຮັບເງິນຈາກການບໍລິຈາກທັງໝົດ 19 ຕື້ກວ່າກີບ, ນອກຈາກນີ້, ຍັງໄດ້ຮັບເງິນຈາກບໍລິສັດທີ່ເປັນຂາຮຸ້ນໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຈໍານວນ 18 ຕື້ກວ່າກີບ ແລະ 1 ລ້ານໂດລາສະຫະລັດ; ສໍາລັບເຄື່ອງອຸປະໂພກ-ບໍລິໂພກ ລວມເປັນມູນຄ່າທັງໝົດ 63 ຕື້ກວ່າກີບ.



ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອໍານາດການ ປົກຄອງແຂວງອັດຕະປື ເອົາໃຈໃສ່ໃຫ້ຮີບຮ້ອນແຈກຢາຍເງິນ ໃຫ້ແຕ່ລະຄອບຄົວທີ່ຮັບຜົນກະທົບຈາກໄພພິບັດໂດຍໄວ. ພ້ອມກັນນີ້ ກໍ່ຕ້ອງຮັບປະກັນຄວາມໂປ່ງໃສທີສຸດ ພະຍາຍາມບໍ່ໃຫ້ມີການຕົກລົ່ນເສຍຫາຍ ແມ້ແຕ່ອັດດຽວ; ຮັບປະກັນຖືກຕ້ອງຕາມລະບຽບ ແລະ ວ່ອງໄວກົ່ວເກົ່າ; ໃຫ້ນຳໃຊ້ເຄື່ອງຂອງ ອຸປະກອນຕ່າງໆ ທີ່ແຕ່ລະພາກສ່ວນທັງພາຍໃນ ແລະ ຕ່າງປະເທດໃຫ້ແຈກຢາຍແກ່ປະຊົນໂດຍໄວ ໂດຍສະເພາະແມ່ນເຄື່ອງຂອງຮັບໃຊ້ໃນຊີວິດປະຈຳວັນ ແລະ ຈຳເປັນທີສຸດ.

ທ່ານປະທານປະເທດກ່າວຕື່ມວ່າ: ສຳລັບການປຸກສ້າງເຮືອນພັກເຊົາຊົ່ວຄາວ: ແມ່ນໃຫ້ລະດົມກຳລັງມະຫາຊົນ, ກອງກຳລັງ ແລະ ສະມາຊິກຂອງອົງການຈັດຕັ້ງມະຫາຊົນທົ່ວປະເທດ ໃຫ້ເຂົ້າມາຊ່ວຍເປັນກຳລັງໃນການກໍ່ສ້າງ ແຕ່ຕ້ອງມາດ້ວຍຄວາມສະມັກໃຈ ແລະ ໃຫ້ເຂົາເຈົ້າຊ່ວຍກຸ້ມຕົນເອງ ໃນການດຳລົງຊີວິດໃນໄລຍະຢູ່ເຂດປະສົບໄພ ພະຍາຍາມບໍ່ໃຫ້ສິ້ນເປືອງງົບປະມານທີ່ມາຊ່ວຍເຫຼືອປະຊາຊົນ; ເອົາໃຈໃສ່ບັນຫາສຸກຂະພາບຂອງປະຊາຊົນໂດຍລວມ ບໍ່ສະເພາະແຕ່ຢູ່ເມືອງສະໜາມໄຊ ລວມທັງ ເມືອງອື່ນໆທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນການເກີດພະຍາດຕິດແປດ ທີ່ມີຄວາມສ່ຽງໃນການລະບາດໄວວາ. ໃຫ້ລະດົມແພດໝໍພາຍໃນແຂວງກ່ອນ ຖ້າຍັງບໍ່ພຽງພໍຈຶ່ງສະເໜີການຊ່ວຍເຫຼືອເພີ່ມເຕີມນຳລັດຖະບານ. ພ້ອມກັນນີ້, ກໍ່ໃຫ້ເອົາ ໃຈໃນການາກວດກາຄຸນນະພາບ ຂອງສະບຽງອາຫານປະເພດຕ່າງໆ ທີ່ໄດ້ຮັບການບໍລິຈາກ ມາແຕ່ລະໄລຍະ ທີ່ຍັງຄ້າງໄວ້ໃນສາງຈຳນວນໜຶ່ງ ໂດຍສະເພາະແມ່ນອາຫານແຫ້ງ-ອາຫານສົດ ກ່ອນທີ່ຈະມີການແຈກຢາຍ ແລະ ປຸງແຕ່ງໃຫ້ແກ່ປະຊາຊົນນຳໄປບໍລິໂພກ; ໃຫ້ເອົາໃຈໃສ່ສ້ອມແປງບັນດາຫ້ອງຮຽນ ທີ່ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພ ໃຫ້ສຳເລັດໂດຍໄວ ເພື່ອກະກຽມເປີດສົກຮຽນໃໝ່ໃນຕົ້ນເດືອນກັນຍາ ທີ່ຈະມາເຖິງນີ້.

ທ່ານປະທານປະເທດເນັ້ນໃຫ້ປະກອບອຸປະກອນການຮຽນຄົບຊຸດໃຫ້ແກ່ນັກຮຽນທີ່ມາຈາກເຂດປະສົບໄພພິບັດ ທີ່ຍັງຂາດເຂີນອຸປະກອນການຮຽນ ລວມທັງຊຸດນັກຮຽນ ລວມທັງຄູອາ ຈານຜູ້ທີ່ໄດ້ຮັບຜົນກະທົບເຊັ່ນກັນ; ສຳລັບອຸປະກອນຕ່າງໆເລົ່ານັ້ນຫາກຍັງບໍ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ຫຼື ບໍ່ພຽງພໍກໍ່ໃຫ້ນຳໃຊ້ງົບປະມານທີ່ໄດ້ຮັບຈາກການຊ່ວຍເຫຼືອນັ້ນ ມາຈັດຊຶ້ໃຫ້ນັກຮຽນ ແລະ ຄູອາຈານໂດຍໄວ.

ພ້ອມດຽກັນນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ມອບເງິນຈໍານວນ 1 ຕື້ກີບ ເພື່ອນໍາໄປຊ່ວຍເຫຼືອ ຜູ້ທີ່ປະສົບໄພພິບັດທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ. ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຜູ້ປະສົບໄພ ຢູ່ທີ່ໂຮງໝໍແຂວງອັດຕະປື ພ້ອມທັງ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ທີ່ຖືກຜົນກະທົບທີ່ຍົກຍ້າຍຈາກປາກຊ່ອງ ຈໍານວນ 53 ຄອບຄົວ, 187 ຄົນ ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນຈັນທາຕື່ມອີກ.





No comments

Powered by Blogger.