ຍັງບໍ່ພົບເຫັນເຖິງ 1,126 ຄົນ ຈາກໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ - ອິດສະຫຼະ

ຍັງບໍ່ພົບເຫັນເຖິງ 1,126 ຄົນ ຈາກໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ



ເມື່ອວັນທີ 27 ກໍລະກົດ 2018 ທີ່ຜ່ານມາ, ທ່ານນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ຮອງຄະນະຕ້ານໄພພິບັດຂັ້ນແຂວງໄດ້ໃຫ້ຮູ້ວ່າ: ນັບແຕ່ທ່ຽງຄືນຂອງວັນທີ 26 ຖິງ 27 ກໍລະກົດ 2018 ສະຖານະການແມ່ນຍັງໜັກໜ່ວງ ເຖິງວ່າລະດັບນໍ້າແມ່ນຫຼຸດລົງຕາມລຳດັບ, ການເຂົ້າຫາພື້ນທີ່ເພື່ອຊອກຄົນ ເພື່ອກູ້ໄພ ແລະ ການຊ່ວຍເຫຼືອບັນເທົາທຸກຂັ້ນຕົ້ນຂອງທຸກໜ່ວຍງານແມ່ນໄດ້ສຸມກຳລັງເຂົ້າຢ່າງເຕັມກຳລັງ ແມ່ນເຮັດວຽກທັງເວັນທັງຄືນຢ່າງສຸດຄວາມສາມາດ.

ໂດຍໄດ້ເຄື່ອນຍ້າຍປະຊາຊົນອອກມາຈາກບ້ານຫີນລາດ 12 ຄອບຄົວ ມີຈໍານວນ 64 ຄົນ ຍິງ 25ຄົນ, ບ້ານທ່າແສງຈັນ 4 ຄອບຄົວ ມີ 21 ຄົນ , ບ້ານທ່າຫີນ 9 ຄອບຄົວ ມີຈໍານວນ 34 ຄົນ, ບ້າຍສະໝອງໃຕ້ ມີ 3 ຄອບຄົວ ມີ 18 ຄົນ, ບ້ານໃໝ່ ມີ 1 ຄອບຄົວມີ 4 ຄົນ, ບ້ານໃຫຍ່ແທ ມີ 42 ຄອບຄົວ ມີຈໍານວນ 267ຄົນ, ບ້ານຕະມໍຢອດ 1 ຄອບຄົວ ມີຈໍນວນ 5 ຄົນ ລວມປະຊາຊົນທີ່ຖືກຍົກຍ້າຍມາຢູ່ສູນພັກຊົວຄາວໃນວັນທີ 27 ກໍລະກົດທີ່ຜ່ານມີ 72 ຄອບຄົວ ຈໍານວນ 413 ຄົນ ຍິງ 199 ຄົນ, ລວມປະຊາຊົນທີ່ຖືກຍົກຍ້າຍມາໃນໄລຍະຜ່ານມາຈົນເຖິງປັດຈຸບັນແມ່ນ 3,732 ຄົນ. ນອກນີ້ ຍັງມີປະຊາຊົນຢູ່ໃນ3ຈຸດຄື: ເມືອງປະທຸມພອນ ແລະ ເມືອປາກຊ່ອງ ແຂວງຈຳປາສັກມີ 257 ຄອບຄົວ ມີ 1,407 ຍິງ 626ຄົນ . ຢູ່ຈຸດບ້ານຕະມໍຢອດ 595 ຄົນ . ຢູ່ບ້ານໃຫຍ່ແທ 1,232 ຄົນ, ຢູ່ຈຸດບ້ານປິ່ນດົງ 500 ຄົນ.

ສໍາລັບຈໍານວນຜູ້ທີ່ບໍ່ທັນພົບເຫັນ 1,126 ຄົນ, ໃນນັ້ນຜູ້ສູນຫາຍຕາມກາຢັ້ງຢືນຂອງຄອບຄົວມີ 131 ຄົນ, ສະເພາະມື້ວັນທີ 27 ກໍລະກົດນີ້ ສາມາດເກັບກູ້ຜູ້ເສຍຊີວິດໄດ້ 6 ຄົນ ລວມມີເດັກນ້ອຍຢູ່ນຳ ແຕ່ຍັງບໍ່ມີຜູ້ມາຢັ້ງຢືນເອົາ.









No comments

Powered by Blogger.