ບໍລິສັດເຈົ້າຂອງເຂື່ອນເຊປຽນ-ເຊນ້ຳນ້ອຍມອບເງິນ 10 ລ້ານໂດລາ ແລະ ລັດເກົາຫຼີໃຕ້ມອບເງິນ 1 ລ້ານໂດລາຊ່ວຍ ສປປ.ລາວ - ອິດສະຫຼະ

ບໍລິສັດເຈົ້າຂອງເຂື່ອນເຊປຽນ-ເຊນ້ຳນ້ອຍມອບເງິນ 10 ລ້ານໂດລາ ແລະ ລັດເກົາຫຼີໃຕ້ມອບເງິນ 1 ລ້ານໂດລາຊ່ວຍ ສປປ.ລາວ



ສຳນັກຂ່າວຕ່າງປະເທດລາຍງານ 28 ມິຖຸນາ 2018 ວ່າ: ກະຊວງການຕ່າງປະເທດເກົາຫຼີໃຕ້ອອກຖະແຫຼງການເມື່ອວັນສຸກ ທີ່ຜ່ານມາວ່າ ລັດຖະບານເກົາຫຼີໃຕ້ໄດ້ມອບເງິນຊ່ວຍເຫຼືອເປັນວົງເງິນເບື້ອງຕົ້ນ 1 ລ້ານໂດລາສະຫະລັດ, ໃຫ້ແກ່ລັດຖະບານລາວ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຊິ່ງບໍລິສັດຂອງເກົາຫຼີໃຕ້ 2 ແຫ່ງຮ່ວມລົງທຶນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນຫຼາຍ.

ສຳລັບການຊ່ວຍເຫຼືອຈາກລັດຖະບານເກົາຫຼີໃຕ້ແບ່ງເປັນເງິນສົດ 500,000 ໂດລາສະຫະລັດ ແລະ ອີກເຄິ່ງໜຶ່ງເປັນມູນຄ່າຂອງສິ່ງຂອງທີ່ລວມເຖິງເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ແລະ ອຸປະກອນເຄື່ອງມືສຳລັບຊ່ວຍພື້ນຟູພື້ນທີ່ປະສົບໄພ ໂດຍວັດຖຸສິ່ງຂອງເຫຼົ່ານັ້ນຈະເດີນທາງໄປພ້ອມກັບເຈົ້າໜ້າທີ່ທີມງານບັນເທົາທຸກໄພພິບັດ ເຊິ່ງປະກອບດ້ວຍເຈົ້າໜ້າທີ່ສະໜັບສະໜູນທົ່ວໄປ 5 ຄົນ ແລະ ເຈົ້າໜ້າທີ່ດ້ານການແພດ 5 ຄົນ.

ໃນວັນດຽວກັນ, ທ່ານ ເຊ ແທ-ວອນ ປະທານກຸ່ມບໍລິສັດ SK ໜຶ່ງໃນບໍລິສັດຂະໜາດໃຫຍ່ທີ່ສຸດຂອງເກົາຫຼີໃຕ້ ແລະ ເປັນບໍລິສັດແມ່ຂອງ SK Engineering and Construction ເຊິ່ງເປັນ 1 ໃນ 2 ບໍລິສັດຂອງເກົາຫຼີໃຕ້ທີ່ມີສ່ວນຮ່ວມໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ເຂົ້າພົບເອກອັກຄະລັດຖະທູດລາວປະຈຳນະຄອນຫຼວງໂຊ ເພື່ອສະແດງຄວາມເສຍໃຈຢ່າງສູງສຸດຕໍ່ສະຖານະການທີ່ເກີດຂຶ້ນ ພ້ອມມອບເງິນ 10 ລ້ານໂດລາສະຫະລັດໃຫ້ແກ່ລັດຖະບານລາວ ສຳລັບໃຊ້ຈ່າຍໃນພາລະກິດກູ້ໄພ ແລະ ການຈັດສັນຄວາມຊ່ວຍເຫຼືອດ້ານມະນຸດ.

ການເຄື່ອນໄຫວທັງຈາກພາກລັດ ແລະ ເອກະຊົນຂອງເກົາຫຼີໃຕ້ເກີດຂຶ້ນພາຍຫຼັງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ກ່າວວ່າຂະບວນການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ຄືສາເຫດການສັນກັ້ນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນຄັ້ງນີ້ ແລະ ຜູ້ກ່ຽວຂ້ອງຕ້ອງຮັບຜິດຊອບຄ່າເສຍຫາຍ. ເຊິ່ງ SK Engineering and Construction ຖືຮຸ້ນ 26% ໃນໂຄງການກໍ່ສ້າງເຂື່ອນແຫ່ງນີ້ທີ່ເປັນການລົງທຶນສູງເຖິງ 1,020 ລ້ານໂດລາສະຫະລັດ ຮ່ວມທຶນລະຫວ່າງລັດວິສາຫະກິດຖືຮຸ້ນລາວ ແລະ ບໍລິສັດຜະລິດໄຟຟ້າຣາຊະບຸຣີໂຮດດິ້ງ ເຊິ່ງເປັນຮຸ້ນສ່ວນໃຫຍ່ຈາກໄທ ແລະ ຜູ້ປະກອບການຂອງເກົາຫຼີໃຕ້ອີກແຫ່ງໜຶ່ງຄື ບໍລິສັດ ໂຄເຣຍ ເວສເທິນ ພາວເວີ ໂດຍການກໍ່ສ້າງທີ່ດຳເນີນການມາຕັ້ງແຕ່ປີ 2013 ແລະ ມີກຳນົດຈະໃຫ້ສຳເລັດໃນປີໜ້າ 90% ຂອງກະແສໄຟຟ້າທີ່ຜະລິດໄດ້ຈະສົ່ງອອກຂາຍໃຫ້ປະເທດໄທ.



No comments

Powered by Blogger.