ພັນລະຍາທ່ານນາຍົກ ບຸກດົງພົງປ່າ ເຂົ້າຫາອ້າຍນ້ອງທະຫານຢູ່ເຂດຊາດແດນລາວ-ກຳປູເຈຍ - ອິດສະຫຼະ

ພັນລະຍາທ່ານນາຍົກ ບຸກດົງພົງປ່າ ເຂົ້າຫາອ້າຍນ້ອງທະຫານຢູ່ເຂດຊາດແດນລາວ-ກຳປູເຈຍ



ຫ້ອງວ່າການແຂວງອັດຕະປືລາຍງານເມື່ອວັນທີ 9 ມິຖຸນາ 2018 ທີ່ຜ່ານມາວ່າ: ຄອບຄົວການນຳຈາກສູນກາງ ທີ່ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອອ້າຍນ້ອງທະຫານທີ່ປະຈຳການຢູ່ເຂດຊາຍແດນລາວ-ກຳປູເຈຍ, ດ້ວຍຄວາມຫ້າວຫານຂອງທ່ານ ນາງ ນາລີ ສີສຸລິດ ຈຶ່ງໄດ້ນຳພາຄະນະຜ່າສາຍຝົນ ແລະ ບຸກດົງພົງປ່າ ເຂົ້າຫາອ້າຍນ້ອງທະຫານຈົນເຖິງຈຸດໝາຍໃນແນວໜ້າ ອັນໄດ້ສ້າງຄວາມອົບອຸ່ນ ແລະ ເປັນຂວັນກຳລັງໃຈໃຫ້ແກ່ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ຢ່າງອົງອາດກ້າຫານ ເພື່ອພາລະກິດປົກປ້ອງປະເທດຊາດ.













No comments

Powered by Blogger.