ສ.ອາເມຣິກາ ແລະ ຈີນ ປະທະກັນຢ່າງດຸເດືອດ ໃນສົງຄາມການຄ້າ ກຳແພງພາສີລະຫວ່າງກັນ - ອິດສະຫຼະ

ສ.ອາເມຣິກາ ແລະ ຈີນ ປະທະກັນຢ່າງດຸເດືອດ ໃນສົງຄາມການຄ້າ ກຳແພງພາສີລະຫວ່າງກັນ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 15 ມິຖຸນາ 2018 ທີ່ຜ່ານມາວ່າ: ສຳນັກງານຄະນະຜູ້ແທນການຄ້າຂອງສະຫະລັດ ອາເມຣິກາ (USTR) ອອກຖະແຫຼງການເມື່ອວັນສຸກ ທີ່ຜ່ານມາວ່າ: ສິນຄ້າຂອງຈີນ 818 ລາຍການ ຈະຕ້ອງເສຍພາສີໃນອັດຕາ 25% ຄິດໄລ່ເປັນມູນຄ່າລວມ 34,000 ລ້ານໂດລາສະຫະລັດ ໃຫ້ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 6 ກໍລະກົດ 2018 ນີ້ເປັນຕົ້ນໄປ ສ່ວນໃຫຍ່ເປັນສິນຄ້າທີ່ກ່ຽວຂ້ອງກັບອຸດສາຫະກຳ ແລະ ອິເລັກໂຕຣນິກ ບໍ່ວ່າຈະເປັນຊິ້ນສ່ວນກົນຈັກ, ຍານພາຫະນະທາງອາກາດ ແລະ ອຸປະກອນດ້ານເຕັກໂນໂລຊີການສື່ສານ ເພື່ອຕອບໂຕ້ການລະເມີດຊັບສິນທາງປັນຍາຂອງຈີນ.

ນອກຈາກນັ້ນ, USTR ຍັງຢູ່ໃນຂັ້ນຕອນກະກຽມຮຽກເກັບພາສີລວມມູນຄ່າ 16,000 ລ້ານໂດລາສະຫະລັດ ຈາກສິນຄ້າຂອງຈີນອີກ 284 ລາຍການ ໂດຍສິນຄ້າສ່ວນໃຫຍ່ເປັນເຊມິຄອນດັກເຕີ ແລະ ສິນຄ້າອິເລັກໂຕຣນິກທີ່ຢູ່ພາຍໃຕ້ໂຄງການອຸ້ມຊູຂອງລັດຖະບານຈີນ ລວມເຖິງໂຄງການ Made in China 2025.

ເຖິງຢ່າງໃດກໍ່ຕາມ ລາຍຊື່ດັ່ງກ່າວໄດ້ຖືກຫຼຸດລົງຈາກແຜນການເດີມທີ່ປະກາດເມື່ອເດືອນເມສາ ທີ່ຜ່ານມາວ່າ ລັດຖະບານສະຫະລັດ ອາເມຣິກາ ຈະຂຶ້ນພາສີສິນຄ້າຂອງຈີນຫຼາຍເຖິງ 1,333 ລາຍການ ໂດຍສິນຄ້າທີ່ສະຫະລັດ ອາເມຣິກາ ຕັດສິນໃຈຖອນລາຍຊື່ອອກໃນນາທີສຸດທ້າຍມີທັງໝົດ 515 ລາຍການ ລວມເຖິງ Smart Phone, ໂທລະພາບ ແລະ ເຄື່ອງຫຼິ້ນເດັກນ້ອຍ.

ໃນອີກບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກນັ້ນ ກະຊວງການຄ້າຂອງຈີນປະກາດລາຍຊື່ສິນຄ້າຂອງສະຫະລັດ ອາເມຣິກາ 545 ລາຍການ ທີ່ຕ້ອງຈ່າຍພາສີໃນອັດຕາ 25% ລວມມູນຄ່າ 34,000 ລ້ານໂດລາສະຫະລັດ ແລະ ຈະມີຜົນນັບຕັ້ງແຕ່ວັນທີ 6 ກໍລະກົດ 2018 ນີ້ເຊັ່ນກັນ ສ່ວນໃຫຍ່ເປັນສິນຄ້າກະສິກຳ ລວມເຖິງໝາກຖົ່ວເຫຼືອງ ເຊິ່ງເປັນຜະລິດຕະພັນທີ່ຈີນເປັນຕະຫຼາດໃຫຍ່ທີ່ສຸດຂອງສະຫະລັດ ອາເມຣິກາ, ສິນຄ້າການປະມົງ ແລະ ຍານພາຫະນະ ຂະນະທີ່ກຳນົດການບັງຄັບໃຊ້ກຳແພງພາສີສຳລັບສິນຄ້າອີກ 114 ລາຍການ ຈະມີການປະກາດໃຫ້ຊາບໃນຂັ້ນຕໍ່ໄປ.

ເຊິ່ງລັດຖະບານຈີນຕັ້ງກຳແພງພາສີສິນຄ້າຂອງສະຫະລັດ ອາເມຣິກາ 128 ລາຍການ ເມື່ອວັນທີ 1​ ເມສາ 2018 ທີ່ຜ່ານມາ ເພື່ອຕອບໂຕ້ທີ່ລັດຖະບານສະຫະລັດ ອາເມຣິກາ ເພີ່ມກຳແພງພາສີ 25% ແລະ 10% ຕາມລຳດັບ ສຳລັບຜະລິດຕະພັນເຫຼັກ ແລະ ອະລູມິນຽມ ເຊິ່ງຈີນເປັນປະເທດຜູ້ສົ່ງອອກສິນຄ້າທັງສອງຊະນິດເປັນລາຍໃຫຍ່ທີ່ສຸດຂອງໂລກ ໂດຍກຳແພງພາສີສູງສຸດ 25% ຄວບຄຸມສິນຄ້າ 8 ລາຍການ ລວມເຖິງຊິ້ນສັດແຊ່ແຂງເຊັ່ນ: ຊີ້ນໝູ ແລະ ຜະລິດຕະພັນອະລູມິນຽມ ສ່ວນອີກ 120 ລາຍງານລວມມີເຫຼົ້າວາຍ, ໝາກໄມ້ແຫ້ງ, ໝາກໄມ້ສົດ, ຖົ່ວເປືອກແຂງ ແລະ ທໍ່ເຫຼັກ ຈະຕ້ອງຈ່າຍພາສີ 15%.

No comments

Powered by Blogger.