ລາຍຮັບ-ລາຍຈ່າຍຂອງລັດຖະບານ ສປປ.ລາວ 5 ປີຄືນຫຼັງ ແຕ່ປີ 2013-2017 - ອິດສະຫຼະ

ລາຍຮັບ-ລາຍຈ່າຍຂອງລັດຖະບານ ສປປ.ລາວ 5 ປີຄືນຫຼັງ ແຕ່ປີ 2013-2017



ໂດຍອີງຕາມບົດລາຍງານເສດຖະກິດແຫ່ງຊາດ ປະຈຳປີ 2017 ຂອງທະນາຄານແຫ່ງ ສປປ.ລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2017 ຖານະການເງິນຂອງລັດຖະບານ ຂາດດຸນ 7,810.99 ຕື້ກີບ, ກວມເອົາ 5.55% ຂອງ GDP ໃນນັ້ນ, ການເກັບລາຍຮັບຂອງລັດຖະບານ ສາມາດປະຕິບັດໄດ້ 22,615.49 ຕື້ກີບ ກວມເອົາ 16.07% ຂອງ GDP ແລະ ລາຍຈ່າຍຂອງລັດຖະບານ ປະຕິບັດໄດ້ 30,426.49 ຕື້ກີບ ກວມເອົາ 21.62% ຂອງ GDP.

ຈາກຈຳນວນລາຍຮັບໃນປີ 2017 ມີທີ່ປະຕິບັດໄດ້ 22,615 ຕື້ກີບ ໃນນັ້ນມີລາຍຮັບພາຍໃນປະຕິບັດໄດ້ 20,418.43 ຕື້ກີບ ແລະ ເງິນຊ່ວຍເຫຼືອລ້າ 2,197.86 ຕື້ກີບ ເພີ່ມຂຶ້ນ 7.12% ທຽບກັບສົກປີທີ່ຜ່ານມາ, ກວມເອົາ 16.07% ຂອງ GDP ສາເຫດຕົ້ນຕໍ່ມາຈາກລາຍຮັບພາຍໃນ ແລະ ລາຍຮັບຈາກເງິນຊ່ວຍເຫຼືອລ້າເພີ່ມຂຶ້ນ ເປັນຕົ້ນແມ່ນການເພີ່ມຂຶ້ນຂອງລາຍຮັບຈາກອາກອນມູນຄ່າເພີ່ມ, ຄ່າທຳນຽມ, ເງິນປັນຜົນ ແລະ ຄ່າບິນຜ່ານ.

ໃນປີ 2017, ລາຍຈ່າຍງົບປະມານທັງໝົດ ປະຕິບັດໄດ້ 30,426.49 ຕື້ກີບ ເພີ່ມຂຶ້ນ 9.35% ຫຼື ກວມເອົາ 21.62% ຂອງ GDP ສາເຫດຍ້ອນລາຍຈ່າຍລົງທຶນເພີ່ມຂຶ້ນ 64.37% ຈາກທີ່ຫຼຸດລົງໃນສົກປີທີ່ຜ່ານມາ.

ໃນປີ 2017, ແຫຼ່ງດຸ່ນດ່ຽງງົບປະມານຂອລັດຖະບານ ແມ່ນໄດ້ມາຈາກແຫຼ່ງດຸ່ນດ່ຽງພາຍໃນ 361.93 ຕື້ກີບ ແລະ ແຫ່ງດຸ່ນດ່ຽງຈາກຕ່າງປະເທດ 7,499.06 ຕື້ກີບ ໃນນັ້ນ, ມີການຈຳໜ່າຍພັນທະບັດຢູ່ຕ່າງປະເທດ ມີມູນຄ່າ 3,500.11 ຕື້ກີບ.

ສະຫຼຸບຕົວເລກລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ 5 ປີຜ່ານມາ ແຕ່ປີ 2017 ລົງຫາ 2013
- ປີ 2017 (P) ມີລາຍຮັບ 22,615.49 ຕື້ກີບ;​ ລາຍຈ່າຍ 30,426.49 ຕື້ກີບ; ຂາດດຸນ 7,810.99 ຕື້ກີບ
- ປີ 2016 (R) ມີລາຍຮັບ 21,112.76 ຕື້ກີບ;​ ລາຍຈ່າຍ 27,824.74 ຕື້ກີບ;​ ຂາດດຸນ 6,711.98 ຕື້ກີບ
- ປີ 2015 (R) ມີລາຍຮັບ 23,698.79 ຕື້ກີບ; ລາຍຈ່າຍ 30,651.48 ຕື້ກີບ;​ ຂາດດຸນ 6,952.69 ຕື້ກີບ
- ປີ 2014 (R) ມີລາຍຮັບ 23,340.32 ຕື້ກີບ; ລາຍຈ່າຍ 27,185.92 ຕື້ກີບ; ຂາດດຸນ 3,845.59 ຕື້ກີບ
- ປີ 2013 (R) ມີລາຍຮັບ 18,969.67 ຕື້ກີບ; ລາຍຈ່າຍ 22,998.15 ຕື້ກີບ; ຂາດດຸນ 4,028.49 ຕື້ກີບ

(P) ໝາຍເຖິງຕົວເລກເບື້ອງຕົ້ນ
(R) ໝາຍເຖິງຕົວເລກປັບປຸງໃໝ່
ແຫ່ງຂໍ້ມູນຈາກ: ທະນາຄານແຫ່ງ ສປປ.ລາວ, ອ້າງອີງເຖິງ: ກະຊວງການເງິນ


No comments

Powered by Blogger.