ສະຫຼຸບການແຂ່ງຂັນບານໂລກ 2018 ວັນທີ 15 ມິຖຸນາ 2018 (ວິດີໂອ Highlights) - ອິດສະຫຼະ

ສະຫຼຸບການແຂ່ງຂັນບານໂລກ 2018 ວັນທີ 15 ມິຖຸນາ 2018 (ວິດີໂອ Highlights)



ລາຍງານການແຂ່ງຂັນບານໂລກ 2018 ທີ່ປະເທດລັດເຊຍ ປະຈຳວັນທີ 15 ມິຖຸນາ 2018 ທີ່ຜ່ານມາ: ເລີ່ມຕົ້ນຈາກຄູ່ທຳອິດ ໃນຮອບແບ່ງກຸ່ມຮອບທຳອິດ ກຸ່ມ A ທີ່ສະໜາມເຢຄາເຕຣິນເບິກ ໃນເມືອງເຢຄາເຕຣິນເບິກ ປະເທດລັດເຊຍ 15 ມິຖຸນາ 2018 ເວລາ 19:00 ຕາມເວລາໃນປະເທດລາວ ທີມຊາດເອຢິບ ພົບກັບ ອູຣູກວາຍ ຜົນການແຂ່ງຂັນ ອູຣູກວາຍ ເອົາຊະນະເອຢິບໄດ້ 1-0 ຈາກລູກຫົວຕີບານຂອງກອງຫຼັງ ໂຮເຊ ກິເມເນສ ໃນນາທີ 89 ເກັບ 3 ຄະແນນໄດ້ຄອງ.



ສຳລັບນັດຕໍ່ໄປ ອູຣູກວາຍ ຈະພົບກັບ ອາຣັບບີ ຊາອູດິດ ທີ່ຣອດຕັອບ ອາຣີນາ ເມືອງຣອສຕັອບ-ອອນ-ດອນ ໃນວັນທີ 20 ມິຖຸນາ, ສ່ວນເອຢິບ ຈະພົບກັບເຈົ້າພາບລັດເຊຍ ທີ່ສະໜາມເຄຼສຕັອບສະກີ ເມືອງເຊນ ປີເຕີສະເບີກ ໃນວັນທີ 19 ມິຖຸນາ.

ສະຫຼຸບຄະແນນຂອງກຸ່ມ A ພາຍຫຼັງຜ່ານໄປ 1 ນັດ
- ລັດເຊຍ ມີ 3 ຄະແນນ
- ອູຣູກວາຍ ມີ 3 ຄະແນນ
- ເອຢິບ ມີ 0 ຄະແນນ
- ອາຣັບບີ ຊາອູດິດ ມີ 0 ຄະແນນ

ຕໍ່ດ້ວຍການແຂ່ງຂັນຮອບແບ່ງກຸ່ມຮອບທຳອິດຂອງ ກຸ່ມ B ທີ່ແຂ່ງຂັນໃນວັນທີ 15 ມິຖຸນາ 2018 ເວລາ 22:00 ໂມງ ຕາມເວລາໃນປະເທດລາວ ລະຫວ່າງທີມຊາດມາຣົກ (ໂມຣັອກໂກ) ພົບກັບ ທີມຊາດອີຣານ ຜົນການແຂ່ງຂັນອີຣານ ສາມາດເອົາຊະນະໄປໄດ້ 1-0 ໂດຍໄດ້ປະຕູໄຊໃນຊ່ວງທົດເວລາບາດເຈັບນາທີ 90+5 ຈາກການຍິງເຂົ້າປະຕູຕົວເອງຂອງ ອາຊິສ ບູຮັດດູສ ເຮັດໃຫ້ອູຣານ ຍາດໄດ້ໄຊຊະນະນັດທີ 2 ໃນປະຫວັດສາດຂອງການລົງແຂ່ງຂັນບານໂລກ ຮອບສຸດທ້າຍ, ກ່ອນໜ້ານີ້ ອີຣານ ແມ່ນເຄີຍຊະນະສະຫະລັດ ອາເມຣິກາ ໃນບານໂລກ 1998.



ຕໍ່ດ້ວຍຄູ່ສຸດທ້າຍຂອງວັນ ໃນຮອບແບ່ງກຸ່ມຮອບທຳອິດ ກຸ່ມ B ເມື່ອວັນທີ 16 ມິຖຸນາ 2018 ເວລາ 1:00 ໂມງ ຕາມເວລາໃນປະເທດລາວ ລະຫວ່າງທີມຊາດປັອກຕຸຍການ (ໂປຣຕຸເກສ) ພາຍໃຕ້ການນຳທີມຂອງ ຄຼິສເຕຍໂນ ໂຣນັນໂດ ພົບກັບ ທີມຊາດ ແອັດສະປາຍ (ສະເປນ) ຈາກການແຂ່ງຂັນຢ່າງເມົາມັນສຸດໆຂອງທັງສອງທີມ ຜົນປະກົດວ່າສະເໝີກັນ 3-3.

ເກມນີ້ ແອັດສະປາຍ ທີ່ນຳຫຼັງປັອກຕຸຍການ 2 ຄັ້ງ ແຕ່ສາມາດແຊງກັບມານຳ 3-2 ໄດ້ຢ່າງໜ້າປະທັບໃຈ ແລະ ໜ້າຈະມີໄຊໄປຄອງແລ້ວ ແຕ່ໃນນາທີ 87 ໂຣນັນໂດ ມາຍິງລູກຟຣີຄິກເຮັດໃຫ້ທີມຊາດປັອກຕຸຍການຕີສະເໝີ 3-3 ເກັບຄະແນນແບ່ງກັນໄປຄອງທີມລະ 1 ຄະແນນ.



ສຳລັບເກມນັດຕໍ່ໄປ ອີຣານ ຈະພົບກັບ ແອັດສະປາຍ (ສະເປນ) ທີ່ຄາຊານ ອາຣີນາ ເມືອງຄາຊານ, ສ່ວນມາຣົກ ຈະພົບກັບ ປັອກຕຸຍການ (ໂປຣຕຸເກສ) ທີ່ສະໜາມລຸສນິກີ ໃນນະຄອນຫຼວງມົດສະກູ ໂດຍລົງນາມວັນດຽວກັນ 20 ມິຖຸນາ.

ສະຫຼຸບຄະແນນຂອງກຸ່ມ B ພາຍຫຼັງຜ່ານໄປ 1 ນັດ
- ອີຣານ 3 ຄະແນນ
- ແອັດສະປາຍ 1​ ຄະແນນ
- ປັອກຕຸຍການ 1 ຄະແນນ
- ມາຣົກ 0 ຄະແນນ

No comments

Powered by Blogger.