ຄ່າຝາກລົດງານບຸນວັດພູ ຈຳປາສັກ ສູງກວ່າລາຍໄດ້ສະເລ່ຍຕໍ່ມື້ຂອງປະຊາຊົນລາວ - ອິດສະຫຼະ

ຄ່າຝາກລົດງານບຸນວັດພູ ຈຳປາສັກ ສູງກວ່າລາຍໄດ້ສະເລ່ຍຕໍ່ມື້ຂອງປະຊາຊົນລາວ



ເກີດເປັນກະແສວິພາກວິຈານໃນສັງຄົມອອນລາຍຕໍ່ກັບຄ່າຝາກລົດ ໃນງານບຸນນະມັດສະການວັດພູຈຳປາສັກ ປະຈຳປີ 2018 ທີ່ຈັດຂຶ້ນໃນລະຫວ່າງວັນທີ 29-31 ມັງກອນ 2018 ນີ້, ໂດຍຄ່າຝາກລົດໃຫຍ່ແມ່ນ 60,000 ກີບຕໍ່ຄັນ, ລົດຈັກ 20,000 ກີບ ຕໍ່ຄັນ, ລົດເມ ແລະ ລົດໂດຍສານ 80,000 ກີບຕໍ່ຄັນ ວ່າສູງເກີນໄປຫຼືບໍ່? ໃຊ້ຫຼັກເກນໃດໃນການຄິດໄລ່? ແລະ ໄຕຕອງເຖິງຄວາມເໝາະສົມແລ້ວບໍ່ຕໍ່ລາຍໄດ້ຂອງປະຊາຊົນ?.


ເຊິ່ງປີນີ້ບໍ່ແມ່ນປີທຳອິດທີ່ເກັບໃນອັດຕານີ້ ປີທີ່ຜ່ານມາ 2017 ລົດໃຫຍ່ກໍ່ເກັບຄ່າຝາກຄັນລະ 60,000 ເຊັ່ນກັນ ໂດຍປີນີ້ແມ່ນກຸ່ມບໍລິສັດ ຍິ່ງໂຊກໄຊ ເປັນຜູ້ສຳປະທານ, ໃນຂະນະທີ່ລາຍໄດ້ໂດຍສະເລ່ຍຂອງປະຊາຊົນລາວແມ່ນ 2,408 ໂດລາສະຫະລັດ (ປີ 2016) ຖືກມື້ລະ 6.6 ໂດລາສະຫະລັດ ຄິດເປັນເງິນກີບດ້ວຍອັດຕາແລກປ່ຽນ 8,300 ກີບຕໍ່ໂດລາ ເທົ່າກັບ 54,780 ກີບຕໍ່ມື້ເທົ່ານັ້ນ, ສຳລັບຄ່າຝາກລົດຈັກແມ່ນຕົກຢູ່ 36.5% ຂອງລາຍໄດ້ຕໍ່ມື້, ລົດໃຫຍ່ 109.5% ຂອງລາຍໄດ້ຕໍ່ມື້, ລົດເມ ແລະ ລົດໂດຍສານ 146% ຂອງລາຍໄດ້ຕໍ່ມື້ ນີ້ຄືຜົນການຄິດໄລ່ປຽບທຽບຕາມອັດຕາລາຍໄດ້ຕໍ່ມື້ຂອງປະຊາຊົນລາວ.

ຈຶ່ງເກີດຄຳຖາມຂຶ້ນອີກວ່າ, ໜ່ວຍງານທີ່ກ່ຽວຂ້ອງມີຄວາມພະຍາຍາມແນວໃດທີ່ຈະແກ້ໄຂບັນຫາດັ່ງກ່າວ ແລະ ເປັນຫຍັງຈຶ່ງປ່ອຍໃຫ້ເປັນປາກສຽງໃນສັງຄົມທຸກໆປີ, ໃນເມື່ອວັດພູ ຈຳປາສັກ ຄືມໍລະດົກຂອງຊາດ ມໍລະດົກຂອງຄົນລາວທຸກຄົນ ແຕ່ການຈະເຂົ້າເຖິງໃນວາລະສຳຄັນ ກໍ່ຄືງານບຸນນະມັດສະການ ຜັດຕ້ອງຕົກຢູ່ໃນເງື່ອນງຳທາງທຸລະກິດຈົນເກີນພໍດີ ແລ້ວແນວໃດຈະເຮັດໃຫ້ສັດທາຂອງປະຊາຊົນໜ້ຽວແໜ້ນຕໍ່ຮີດຄອງປະເພນີອັນດີງາມຂອງຊາດໄດ້ ໃນເມື່ອການເຂົ້າເຖິງມີຕົ້ນທຶນທີ່ສູງເກີນງາມ.


No comments

Powered by Blogger.