ເຈົ້າຊາຍຊາອູດິດກ່າວ ຕ້ອງປາບປາມ "ກໍ່ການຮ້າຍ" ໃຫ້ໝົດໂລກ ເພື່ອພາບລັກຂອງອິດສະລາມ - ອິດສະຫຼະ

ເຈົ້າຊາຍຊາອູດິດກ່າວ ຕ້ອງປາບປາມ "ກໍ່ການຮ້າຍ" ໃຫ້ໝົດໂລກ ເພື່ອພາບລັກຂອງອິດສະລາມ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ເຈົ້າຊາຍມູຮຳເໝັດ ບິນ ຊາລມານ (Mohammed bin Salman) ອົງມົງກຸດແຫ່ງອາຣັບບີ ຊາອູດິດ ເປັນປະທານໃນກອງປະຊຸມສາກົນວ່າດ້ວຍການຕໍ່ຕ້ານການກໍ່ການຮ້າຍໃນນະຄອນຫຼວງຣິຢາດ ຂອງອາຣັບບີ ຊາອູດິດ ທີ່ຈັດຂຶ້ນມາຕັ້ງແຕ່ວັນທີ 26 ພະຈິກ 2017 ທີ່ຜ່ານມາ, ໂດຍມີລັດຖະມົນຕີກະຊວງປ້ອງກັນປະເທດຈາກ 41 ປະເທດມຸດສະລິມທົ່ວໂລກເຂົ້າຮ່ວມປະຊຸມ ລວມທັງກຸ່ມປະເທດໃນອາຊີຕາເວັນອອກສຽງໃຕ້ເຊັ່ນ: ບຼູໄນ, ເມເລເຊຍ ແລະ ອິນໂດເນເຊຍ.


ເຈົ້າຊາຍບິນ ຊາລມານ ກ່າວໃນລະຫວ່າງການປະຊຸມວ່າ ການກໍ່ການຮ້າຍໃນນາມຂອງອິດສະລາມເປັນການບິດເບືອນ ແລະ ການກຳຈັດກຸ່ມກໍ່ການຮ້າຍໃຫ້ໝົດໄປຈາກໂລກຕ້ອງອາໄສການຮ່ວມມືຢ່າງເປັນເອກະພາບໃນກຸ່ມປະເທດພັນທະມິດແຫ່ງອິດສະລາມ ແລະ ຍັງໄດ້ກ່າວເຖິງກຸ່ມຕິດອາວຸດ IS ທີ່ໄດ້ກໍ່ເຫດຢ່າງຕໍ່ເນື່ອງໃນຕາເວັນອອກກາງໃນໄລຍະຫຼາຍປີທີ່ຜ່ານມາ ໂດຍມີຜູ້ປະເມີນວ່າການກໍ່ການຮ້າຍໂຈມຕີມັດສະຢິດຂອງຊາວມຸດສະລິມນິກາຍຊູຟີ ຢູ່ແຫຼມໄຊນາຍ ປະເທດເອຢິບເມື່ອອາທິດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 305 ຄົນ ແລະ ບາດເຈັບອີກເປັນຈຳນວນຫຼາຍ ອາດເປັນສີມືຂອງກຸ່ມ IS ເຊັ່ນກັນ, ໂດຍເຈົ້າຊາຍ ບິນ ຊາລມານ ລະບຸວ່າ ການກະທຳເຊັ່ນນັ້ນເປັນສິ່ງທີ່ບໍ່ອາດຍອມຮັບໄດ້.

ເຖິງຢ່າງໃດກໍ່ຕາມ ຕົວແທນຈາກປະເທດອີຣານ, ອິຣັກ ແລະ ກາຕາ ບໍ່ໄດ້ເຂົ້າຮ່ວມການປະຊຸມໃນຄັ້ງນີ້ ເນື່ອງຈາກອີຣານມີປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິດສະລາມນິກາຍຊີອະ ແຕ່ອາຣັບບີ ຊາອູດິດນັບຖືນິກາຍຊຸນນີ ສ່ວນກາຕາຖືກຂວໍ້າບາດຕັ້ງແຕ່ກາງປີທີ່ຜ່ານມາ ແລະ ຍັງບໍ່ມີທ່າທີທີ່ຈະຍົກເລີກມາດຕະການຂວໍ້າບາດໃນໄວໆນີ້ເທື່ອ.


ໃນລະຫວ່າງການປະຊຸມຍັງມີການສາຍສະແດງພາບຖ່າຍເຫດການທີ່ຊາວປາເລສໄຕໃຊ້ອາວຸດຕອບໂຕ້ການຢຶດຄອງຂອງອິດສະຣາແອນ ເມື່ອປີ 2001 ຫຼື ທີ່ຮຽກວ່າ ການລຸກຮືຂຶ້ນຄັ້ງທີ 2 (Intifada) ແລະ ເມື່ອສຳນັກຂ່າວຕ່າງປະເທດເຜີຍແຜ່ພາບດັ່ງກ່າວ ເຮັດໃຫ້ຜູ້ໃຊ້ສື່ອອນລາຍຈຳນວນຫຼາຍສະແດງຄວາມບໍ່ພໍໃຈຕໍ່ການເຊື່ອມໂຍງວ່າກຸ່ມຊາວປາເລສໄຕເປັນໜຶ່ງໃນເຄືອຂ່າຍກໍ່ການຮ້າຍ ໂດຍຜູ້ໃຊ້ສື່ອອນລາຍຈາກທົ່ວໂລກທີ່ສະໜັບສະໜູນການຕໍ່ສູ້ຂອງປາເລສໄຕກ່າວວ່າ ການຕອບໂຕ້ອິດສະຣາແອນເມື່ອປີ 2001 ເປັນຄວາມຊອບທຳ ແລະ ບໍ່ແມ່ນການກໍ່ການຮ້າຍ.

ບັນດານັກວິເຄາະຂອງປະເທດຕາເວັນຕົກວິເຄາະວ່າ ເຈົ້າຊາຍບິນ ຊາລມານ ກຳລັງພະຍາຍາມຮວບຮວມປະເທດພັນທະມິດ ເພື່ອຊີງການເປັນປະເທດຜູ້ນຳໃນຕາເວັນອອກກາງ ກ່ອນທີ່ພະອົງຈະຂຶ້ນຄອງລາດແທນສົມເດັດພະລາຊາທິບໍດີຊາລມານ ຜູ້ທີ່ເປັນກະສັດອາຣັບບີ ຊາອູດິດອົງປັດຈຸບັນ ແລະ ການສັ່ງປາບປາມການສໍ້ລາດບັງຫຼວງເມື່ອວັນທີ 4 ພະຈິກ 2017 ທີ່ຜ່ານມາ ກໍ່ເປັນຄຳສັ່ງທີ່ພະອົງໄດ້ບັງຄັບໃຊ້ໃນຖານະປະທານຄະນະກຳມະການປາບປາມການສໍ້ລາດບັງຫຼວງແຫ່ງຊາດ ແຕ່ຜູ້ຖືກ່າວຫາວ່າສໍ້ລາດບັງຫຼວງນັ້ນກໍ່ລວມມີບັນດາເຈົ້າຊາຍໃນລາຊະວົງອາຣັບບີ ຊາອູດິດ 10 ກວ່າພະອົງ ທີ່ດຳລົງຕຳແໜ່ງສຳຄັນຕ່າງໆ ທັງໃນດ້ານຄວາມໝັ້ນຄົງ ແລະ ເສດຖະກິດ ລວມທັງອະດີດອົງມົງກຸດພະອົງໜຶ່ງ, ເຮັດໃຫ້ມີຜູ້ປະເມີນວ່າເຈົ້າຊາຍບິນ ຊາລມານ ກຳລັງພະຍາຍາມລວມສູນອຳນາດເພື່ອສະຖຽນລະພາບຂອງບັນລັງໃນອະນາຄົດ.

ນອກຈາກນີ້ສຳນັກຂ່າວ Al Jazeera ສື່ຂອງກາຕາ ຍັງລະບຸວ່າ ການນິຍາມຄຳວ່າ "ກໍ່ການຮ້າຍ" ໂດຍເຈົ້າຊາຍອາຣັບບີ ຊາອູດິດອາດເປັນຄຳເວົ້າເຂົ້າຕົນເອງ ເພາະເຈົ້າຊາຍບິນ ຊາລມານ ເປັນຜູ້ນຳກອງທັບອາຣັບບີ ຊາອູດິດ ເຂົ້າຮ່ວມໃນການເຮັດສົງຄາມຕໍ່ຕ້ານການກໍ່ການຮ້າຍໃນປະເທດເຢເມນ ພ້ອມລະບຸວ່າເປັນການປາບປາມກຸ່ມຕິດອາວຸດຮູຕີ ແຕ່ສະຫະລັດປະຊາຊາດລະບຸວ່າ ກອງກຳລັງປະສົມລະຫວ່າງອາຣັບບີ ຊາອູດິດ, ລັດຖະບານເຢເມນ ແລະ ປະເທດພັນທະມິດ ໃຊ້ກຳລັງໂຈມຕີຈົນສົ່ງຜົນກະທົບຕໍ່ປະຊາຊົນຜູ້ບໍລິສຸດຢ່າງຮຸນແຮງ ເຂົ້າຂ່າຍລະເມີດສິດທິມະນຸດ ທີ່ບໍ່ຕ່າງຫຍັງຈາກກຸ່ມຮູຕີ ແລະ ກ່ອນໜ້ານີ້ຄະນະກຳມະການສະພາສູງຂອງອັງກິດ ແລະ ສະຫະລັດ ກໍ່ໄດ້ຍື່ນຂໍ້ສະເໜີໃຫ້ລັດຖະບານຂອງຕົນຢຸດຕິຂາຍອາວຸດໃຫ້ແກ່ອາຣັບບີ ຊາອູດິດອີກດ້ວຍ ເພາະເປັນຫ່ວງວ່າອາວຸດຈະຖືກນຳໄປໃຊ້ໃນການລະເມີດສິດທິມະນຸດ.

ຂະນະທີ່ທ່ານ ຊາອັດ ອັນ-ຮາຣີຮີ ນາຍົກລັດຖະມົນຕີລີບັງ ທີ່ຕົກເປັນຂ່າວໃຫຍ່ໄປທົ່ວໂລກຈາກກໍລະນີທີ່ປະກາດລາອອກຈາກຕຳແໜ່ງຢ່າງກະທັນຫັນເມື່ອວັນທີ 4 ພະຈິກ 2017 ທີ່ຜ່ານມາ ພາຍຫຼັງເຂົ້າພົບສົມເດັດພະລາຊາທິບໍດີຊາລມານແຫ່ງອາຣັບບີ ຊາອູດິດ ແລະ ບໍ່ມີຜູ້ໃດຕິດຕໍ່ໄດ້ໃນໄລຍະໜຶ່ງ ຫຼ້າສຸດທ່ານໄດ້ໃຫ້ສຳພາດກັບ Al Jazeera ພາຍຫຼັງເດີນທາງກັບປະເທດຢ່າງເປັນທາງການເມື່ອວັນທີ 21 ພະຈິກ ທີ່ຜ່ານມາວ່າ: "ສິ່ງທີ່ເກີດຂຶ້ນໃນອາຣັບບີ ຊາອູດິດ ຂໍໃຫ້ຢູ່ໃນອາຣັບບີ ຊາອູດິດຕໍ່ໄປ" ເຊິ່ງໝາຍຄວາມວ່າ ທ່ານຈະບໍ່ເປີດເຜີຍສິ່ງໃດເພີ່ມເຕີມກ່ຽວກັບເລື່ອງນີ້ອີກ.

ກ່ອນໜ້ານີ້ ນັກວິເຄາະປະເມີນສະຖານະການວ່າ ທ່ານ ຮາຣີຣີ ອາດຖືກອາຣັບບີ ຊາອູດິດກັກຕົວໄວ້ ເພື່ອໃຊ້ເປັນເຄື່ອງມືໃນການເຮັດສົງຄາມຕົວແທນຍາດຊີງຄວາມເປັນຜູ້ນຳໃນຕາເວັນອອກກາງລະຫວ່າງອາຣັບບີ ຊາອູດິດ ກັບ ອີຣານ ເນື່ອງຈາກລັດຖະບານປະສົມຂອງລີບັງມີກຸ່ມຕິດອາວຸດຮິບບອນເລາະ ເຊິ່ງເປັນພັນທະມິດກັບອີຣານຮ່ວມຢູ່ນຳ, ຂະນະທີ່ທ່ານ ຮາຣີຣີ ເປັນນັກທຸລະກິດທີ່ຖື 2 ສັນຊາດ ທັງລີບັງ ແລະ ອາຣັບບີ ຊາອູດິດ ລວມທັງມີພັນລະຍາ ແລະ ລູກຢູ່ໃນນະຄອນຫຼວງຣີຢາດ ຂອງອາຣັບບີ ຊາອູດິດ ຈຶ່ງອາດຖືກທາງການອາຣັບບີ ຊາອູດິດກົດດັນເພື່ອເຫດຜົນບາງຢ່າງ.



No comments

Powered by Blogger.