ຊື້ຈີ່ກ້ວຍ ຈ່າຍຜ່ານ BCEL OnePay ສັງຄົມໄຮ້ເງິນສົດ ບາດກ້າວໃໝ່ທາງການເງິນລາວ - ອິດສະຫຼະ

ຊື້ຈີ່ກ້ວຍ ຈ່າຍຜ່ານ BCEL OnePay ສັງຄົມໄຮ້ເງິນສົດ ບາດກ້າວໃໝ່ທາງການເງິນລາວ



ກະແສສັງຄົມທີ່ສະນັ່ນທົ່ວໂລກອອນລາຍໃນມື້ນີ້ (28 ພະຈິກ 2017) ຕ້ອງຍົກໃຫ້ກັບປາກົດການໃໝ່ແຫ່ງວົງການງານເງິນ-ການທະນາຄານຂອງລາວນັ້ນກໍ່ຄື ລະບົບການຊຳລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code ຂອງ BCEL OnePay ຈາກທະນາຄານການຄ້າຕ່າງປະເທດລາວ, ເມື່ອເປັນກະແສໂດ່ງດັງຈາກການເຜີຍແຜ່ພາບຖ່າຍການຊຳລະຄ່າຊື້ "ຈີ່ກ້ວຍ" ຜ່ານ QR Code ທີ່ເປັນຜະລິດຕະພັນໃໝ່ຂອງທາງທະນາຄານການຄ້າຕ່າງປະເທດລາວ ທີ່ເປີດໃຫ້ບໍລິການກັບບັນດາຮ້ານຄ້າ ແລະ ສະຖານບໍລິການຕ່າງໆ ເພື່ອສ້າງຄວາມສະດວກ ແລະ ປວດໄພໃຫ້ກັບທັງຜູ້ຊື້ ແລະ ຜູ້ຂາຍ.






No comments

Powered by Blogger.