ຜູ້ຍິງແບບໃດແດ່ ທີ່ຜູ້ຊາຍສ່ວນໃຫຍ່ມັກ ແລະ ຕ້ອງການພັດທະນາໃຫ້ເປັນຄົນຮັກ ຕ້ອງອ່ານ - ອິດສະຫຼະ

ຜູ້ຍິງແບບໃດແດ່ ທີ່ຜູ້ຊາຍສ່ວນໃຫຍ່ມັກ ແລະ ຕ້ອງການພັດທະນາໃຫ້ເປັນຄົນຮັກ ຕ້ອງອ່ານ



ສາວໆທັງຫຼາຍຕ້ອງຢາກຮູ້ແນ່ນອນວ່າ ຜູ້ຊາຍສ່ວນໃຫຍ່ມັກຜູ້ຍິງແບບໃດ ທີ່ເຂົາເຈົ້າຈະພັດທະນາຄວາມສຳພັນໃຫ້ເປັນຄົນຮັກ ຫຼື ເປັນຄູ່ຊີວິດ:

1. ຜູ້ຍິງທີ່ມີລັກສະນະພາຍນອກດູດີ: ຮູບຮ່າງດີ, ໜ້າຕາດີ ແລະ ສະອາດ ບາງຄົນບໍ່ໄດ້ໜ້າຕາດີແຕ່ສະອາດຮຽບຮ້ອຍ ອັນນີ້ກໍ່ຖືວ່າໃຊ້ໄດ້ເລີຍ ເພາະພາຍນອກເປັນສິ່ງທຳອິດທີ່ທຸກຄົນເບິ່ງເຫັນ ມັນບົ່ງບອກວ່າຜູ້ຍິງຄົນນັ້ນເບິ່ງແຍ່ງຕົວເອງໄດ້ດີຊຳໃດ.

2. ຜູ້ຍິງທີ່ເຂົ້າເຖິງງ່າຍ: ນິໄສໜ້າຮັກກໍ່ສ້າງຄວາມປະທົບໃຈໃຫ້ຜູ້ຊາຍໄດ້ຄືກັນ ທັງເລື່ອງຂອງຄວາມໃຈດີ, ມີນ້ຳໃຈ, ບໍ່ທຳທ່ານສະແດງ, ຢູ່ນຳແລ້ວສະບາຍໃຈ ເຊິ່ງສິ່ງເຫຼົ່ານັ້ນອາດຈະເປັນບໍ່ເກີດຂອງຄວາມກໍ່ໄດ້

3. ຜູ້ຍິງທີ່ມີຄວາມມັກທີ່ຄືກັນ: ກໍ່ເພາະຄົນທີ່ມັກສິ່ງໃດສິ່ງໜຶ່ງຄືກັນ ບໍ່ຈຳເປັນຕ້ອງເຝິກຕົວເອງເພື່ອສ້າງຄວາມເຂົ້າໃຈກັບພຶດຕິກຳຂອງອີກຝ່າຍໜຶ່ງ ທີ່ສຳຄັນຍັງສາມາດຊວນກັນໄປເຮັດໃນສິ່ງທີ່ມັກຮ່ວມກັນໄດ້.

4. ຜູ້ຍິງທີ່ພາໄປໃສມາໃສນຳແລ້ວບໍ່ຮູ້ສຶກອາຍ: ມະນຸດເຮົາເປັນສັດສັງຄົມ ເພາະສະນັ້ນ, ການທີ່ຈະເຮັດສິ່ງໃດສິ່ງໜຶ່ງຕ້ອງໃຫ້ຄວາມສຳຄັນກັບເລື່ອງໜ້າຕາເປັນເລື່ອງທຳມະດາ, ເລື່ອງການມີແຟນທີ່ສາມາດພາມາເປີດຕົວໄດ້ໂດຍບໍ່ຮູ້ສຶກອຶດອັດໃຈກໍ່ເປັນສິ່ງສຳຄັນ.

5. ຜູ້ຍິງມີຄວາມໂດດເດັ່ນຢ່າງໃດຢ່າງໜຶ່ງ: ຄວາມໂດດເດັ່ນທີ່ວ່າ ຄືສະເປັກທີ່ຜູ້ຊາຍຄົນນັ້ນມັກເປັນພິເສດເຊັ່ນ: ເກັ່ງໃນເລື່ອງການງານ, ມີຄວາມມຸ່ງໝັ້ນຈົນປະສົບຄວາມສຳເລັດ, ມີຄວາມໝັ້ນໃຈ, ເຊັກຊີ ຯລຯ ທັງໝົດນີ້ຈະເປັນຈຸດເດັ່ນໃຫ້ຜູ້ຊາຍສະດຸດຕາ.

6. ຜູ້ຍິງທີ່ມີພື້ນຖານຄອບຄົວໃກ້ຄຽງກັນ: ຜູ້ຊາຍສ່ວນໃຫຍ່ແລ້ວກໍ່ມັກຈະຊອກຫາຄົນທີ່ມີຖານະຄອບຄົວໃກ້ຄຽງກັນ ມີພື້ນຖານຄອບຄົວທີ່ຂ້ອນຂ້າງຄ້າຍຄືກັນ ເພາະມັນມີຜົນຕໍ່ການພົບຫາກັນໃນໄລຍະຍາວ ທີ່ຕ່າງຝ່າຍຕ່າງບໍ່ຕ້ອງປັບຕົວ, ບໍ່ຕ້ອງຝືນໃຈເຮັດສິ່ງໃດສິ່ງໜຶ່ງທີ່ບໍ່ລຶ້ງເຄີຍ.

7. ຜູ້ຍິງທີ່ເວົ້ານົວຫົວມ່ວນ: ເຖິງຈະງາມປານໃດກໍ່ຕາມ ແຕ່ຖ້າເວລາເວົ້າເວລາລົມນຳແລ້ວຮູ້ສຶກໜ້າເບື່ອກໍ່ຖືວ່າຈົບ ແຕກຕ່າງຈາກຄົນທີ່ຕອນທຳອິດທີ່ພົບອາດບໍ່ສະດຸດຕາ ແຕ່ເວລາໄດ້ເວົ້າໄດ້ລົມກັນແລ້ວຮູ້ສຶກຢາກເວົ້າຢາກລົມຕໍ່, ຖືກຊະຕາ ແລະ ນັ້ນກໍ່ເປັນທີ່ມາຂອງຄວາມຮັກນັ້ນເອງ.

8. ຜູ້ຍິງທີ່ຊ່ວຍຊວານຊ່ວຍຊູຢູ່ເບື້ອງຫຼັງ: ຜູ້ຍິງທີ່ເກັ່ງ ແລະ ເຂັ້ມແຂງເກີນໄປສ່ວນໃຫຍ່ແລ້ວຈະບໍ່ງໍ້ຜູ້ຊາຍ ໃນຄວາມຮູ້ສຶກຂອງຜູ້ຊາຍເຂົາເຈົ້າຈະຮູ້ສຶກດີຖ້າໄດ້ເປັນຜູ້ນຳ ແຕ່ຖ້າມີແຟນທີ່ເກັ່ງກວ່າ, ສະຫຼາດກວ່າ, ເໜືອກວ່າໃນທຸກດ້ານ ອາດເຮັດໃຫ້ຜູ້ຊາຍຮູ້ສຶກອຶດອັດ ຄືກັບຖືກກົດຢູ່ໃຕ້ກ້ອງຜູ້ຍິງຕະຫຼອດເວລາ ດັ່ງນັ້ນ, ບາງຄັ້ງຜູ້ຍິງກໍ່ຕ້ອງຍອມເປັນຊ້າງທ້າວຫຼັງ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊາຍ ແລະ ເພື່ອຮັກທີ່ຍືນຍາວ.

9. ຜູ້ຍິງຜົມຍາວ: ອັນນີ້ໝາຍເຖິງຜູ້ຊາຍສ່ວນໃຫຍ່ ບໍ່ໄດ້ໝາຍຄວາມວ່າຜູ້ຊາຍທຸກຄົນຈະມັກຜູ້ຍິງຜົມຍາວໝົດທຸກຄົນ ຜູ້ຍິງຜົມຍາວຈະສະດຸດຕາຜູ້ຊາຍໄດ້ດີກວ່າ, ມີຄວາມອ່ອນຫວານ, ມີຄວາມເປັນຜູ້ຍິງ, ເບິ່ງແລ້ວເປັນຕາແພງ.

10. ຜູ້ຍິງທີ່ມີເປັນແມ່ບ້ານແມ່ເຮືອນທີ່ດີ: ຜູ້ຍິງທີ່ໃສ່ໃຈເບິ່ງແຍງເຮັດຢູ່ເຮັດກິນ, ເຮັດວຽກບ້ານການເຮືອນ ຖືເປັນສິ່ງທີ່ຜູ້ຊາຍສ່ວນໃຫຍ່ຕ້ອງການຫຼາຍທີ່ສຸດ.

11. ຜູ້ຍິງທີ່ເຂົ້າກັບຄົນໃນຄອບຄົວໄດ້: ເຖິງແມ່ນວ່າຄວາມຮັກຈະເປັນເລື່ອງຂອງຄົນສອງຄົນກໍ່ຕາມ ແຕ່ຖ້າແຟນບໍ່ຖືກກັບຄົນໃນຄອບຄົວກໍ່ຄົງເປັນສິ່ງທີ່ເມື່ອຍໃຈບໍ່ແມ່ນເລື່ອງງ່າຍ, ຜູ້ຍິງທີ່ເຮັດໃຫ້ຄົນໃນຄອບຄົວຂອງຝ່າຍຊາຍອິດຸສົງສານຈະເປັນຜູ້ຍິງທີ່ໄດ້ຮັບຄວາມຮັກຈາກຊາຍຄົນດັ່ງກ່າວເປັນພິເສດ.

12. ຜູ້ຍິງທີ່ເຂົ້າກັບໝູ່ເພື່ອນຂອງຝ່າຍຊາຍໄດ້ດີ: ມັນຄືສະເປັກສ່ວນໃຫຍ່ທີ່ຜູ້ຊາຍມັກ ພາໄປທ່ຽວນຳໄດ້, ຜູ້ຊາຍບໍ່ມັກທີ່ສຸດຄື ສະຖານະການທີ່ຕ້ອງເລືອກລະຫວ່າງວ່າຈະໄປທ່ຽວກັບແຟນ ຫຼື ຈະໄປກັບໝູ່ເພື່ອນ, ອີກຢ່າງໜຶ່ງຜູ້ຍິງສ່ວນໃຫຍ່ທີ່ໝູ່ເພື່ອນຝ່າຍຊາຍບໍ່ເຫັນດີນຳມັກຈະໄປບໍ່ລອດ.

No comments

Powered by Blogger.