ດ່ວນ...! ແຈ້ງເຕືອນວັນທີ 26-28 ກໍລະກົດ 2017 ນີ້ ຈະມີຝົນຕົກໜັກ ຢູ່ບັນດາແຂວງພາກກາງ-ພາກໃຕ້ - ອິດສະຫຼະ

ດ່ວນ...! ແຈ້ງເຕືອນວັນທີ 26-28 ກໍລະກົດ 2017 ນີ້ ຈະມີຝົນຕົກໜັກ ຢູ່ບັນດາແຂວງພາກກາງ-ພາກໃຕ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0681/ກອຕທ ລົງວັນທີ 26 ກໍລະກົດ 2017 ໃຫ້ເຝົ້າລະວັງສະພາບຝົນຕົກໜັກ ໃນໄລຍະວັນທີ 26-28 ກໍລະກົດ 2017 ນີ້.

ເນື່ອງຈາກພາຍຸຊົງກາ (SONCA) ຫົວທີ 8 ປະຈຳປີ 2017 ໄດ້ເຄື່ອນທີ່ຜ່ານແຂວງຄຳມ່ວນ ແລະ ສະຫວັນນະເຂດໃນຄືນວັນທີ 25/07/2017 ແລະ ໄດ້ສືບຕໍ່ເຄື່ອນທີ່ຜ່ານທາງພາກຕາເວັນອອກສຽງເໜືອຂອງປະເທດໄທ, ເຊິ່ງປັດຈຸບັນໄດ້ກາຍເປັນບໍລິເວນຄວາມກົດດັນອາກາດຕ່ຳປົກຄຸມເຂດດັ່ງກ່າວ.

ຄວາມກົດດັນອາກາດຕ່ຳນີ້ ຈະມີກຳລັງແຮງເພີ່ມຂຶ້ນ ແລະ ຈະເຄື່ອນທີ່ກັບຄືນມາປົກຄຸມຢູ່ເຂດພາກກາງຂອງປະເທດລາວໃນໄລຍະວັນທີ 27-28 ກໍລະກົດ 2017 ນີ້ ແລະ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ຢູ່ບໍລິເວນກວ້າງໃນເຂດພາກກາງ ແລະ ພາກໃຕ້ ແລະ ຕົກໜັກຫຼາຍຢູ່ແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ ໃນໄລຍະວັນທີ 26-28 ກໍລະກົດ 2017 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງສືບຕໍ່ເຝົ້າລະວັງ ແລະ ມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງ, ລົມພັດແຮງ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍ່ໃຫ້ກະກຽມເຄື່ອນຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.

No comments

Powered by Blogger.