ມົນລະພິດທາງອາກາດໃນອິນເດຍເກີນມາດຕະຖານໂລກ 90 ເທົ່າ - ອິດສະຫຼະ

ມົນລະພິດທາງອາກາດໃນອິນເດຍເກີນມາດຕະຖານໂລກ 90 ເທົ່າ




ນະຄອນຫຼວງນິວເດລີ ປະກາດໃຊ້ມາດຕະການຕ່າງໆຈຳນວນຫຼາຍໃນວັນທີ 6 ພະຈິກ 2016 ນີ້ ເພື່ອຕໍ່ສູ່ກັບມົນລະພິດທາງອາກາດທີ່ເປັນອັນຕະລາຍ ເຊິ່ງກຳລັງປົກຄຸມທົ່ວເມືອງຫຼວງຂອງປະເທດອິນເດຍແຫ່ງນີ້ ໂດຍມີການສັ່ງພັກໂຮງຮຽນ, ຢຸດພັກໂຮງງານໄຟຟ້າຖ່ານຫິນ, ຫ້າມບໍ່ໃຫ້ມີການກໍ່ສ້າງ ແລະ ໃຫ້ຫົດນ້ຳຖະໜົນຫົນທາງທຸກເສັ້ນເພື່ອບໍ່ໃຫ້ມີຝຸ່ນ

ນິວເດລີ ເປັນໜຶ່ງໃນນະຄອນຫຼວງທີ່ເປິເປື້ອນທີ່ສຸດໃນໂລກ ມີລະດັບຂອງ PM 2.5 (ຝຸ່ນລະອອງນ້ອຍໆ ທີ່ສາມາດເຂົ້າໄປອຸດຕັ້ນປອດໄດ້) ເພີ່ມສູງຂຶ້ນເກີນກວ່າ 900 ໄມໂຄຣກຣາມຕໍ່ແມັດກ້ອນ ຕົວເລກນີ້ສູງກວ່າ 90 ເທົ່າຂອງລະດັບທີ່ອົງການອະນາໄມໂລກລະບຸວ່າ ປອດໄພຕໍ່ສຸຂະພາບ ແລະ ເກີນ 15 ເທົ່າຂອງມາດຕະຖານລັດຖະບານອິນເດຍ ເຫດໄດ້ເລີ່ມຈາກການການມີໝອກຄວັນປົກຄຸມຢ່າງຕໍ່ເນື່ອງເປັນເວລາ 1 ອາທິດຜ່ານມາ.

No comments

Powered by Blogger.